Ad

Ad

28 May 2014

ຖະໜົນຫລວງ​ພະ​ບາງ​ເຕັມ​ແຕ່​ຂີ້ຝຸ່ນ



     ຖະໜົນຫລວງ​ພະ​ບາງ​ແຕ່​ສາມ​ແຍກ​ສີ​ໄຄ​ຫາ​ເຈົ້າຟ້າ​ງຸ່ມ ແມ່ນ​ເສັ້ນທາງ​ໜຶ່ງ​ທີ່​ໄດ້​ຮັບ​ການ​ຍົກ​ລະດັບ​ດ້ວຍ​ການ​ປູຢາງ​ອັດ ຟານ​ຄືນ​ໃໝ່​ໃຫ້​ມີ​ມາດຖານ ​ແລະ ສວຍ​ງາມ ​ເພື່ອ​ຮອງ​ຮັບ​ການ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ອາ​ເຊັມ ຄັ້ງທີ 9 ໃນ​ທ້າຍ​ປີ 2012 ຜ່ານ​ມາ, ​ແຕ່​ມາ​ຮອດ​ປັດຈຸບັນ ສາຍ​ທາງ​ດັ່ງກ່າວ​ແມ່ນ​ມີ​ສະ ພາບ​​ເປື້ອນຫລາຍ ​ແລະ ເຕັມ​ໄປ​ດ້ວຍ​ຂີ້ຝຸ່ນ​ ​ເມື່ອ​ມີ​ລົດ​ແລ່ນ​ຜ່ານ​ກໍ​ເກີດ​ສະພາບ​ປິວ​ໄຫງ່​ເປັນ​ບໍລ​ິ​ເວນ​ກວ້າງ ​ໂດຍ​ສະ​ເພາະ​ແຕ່​ສາມ​ແຍກ​ສີ​ໄຄ​ມາ​ຫາ​ສາມ​ແຍກ​ໄຟ​ອຳນາດ​ທາງ​ເຂົ້າສະ ໜາມ​ບິນ​ວັດ​ໄຕ ​ໂດຍສາ​ເຫດ​ທີ່​ພາ​ໃຫ້​ມີ​ຂີ້ຝຸ່ນ​ຫລາຍ​ຢູ່ຖະໜົນ​ດັ່ງກ່າວ​ນັ້ນ ສ່ວນ​ໜຶ່ງ​ຍ້ອນ​ລົດ​ບັນທຸກ​ດິນ-ຊາຍ​, ຂະນະ​ທີ່​ປະຊາຊົນ​ອາ​ໄສ​ຢູ່​​ໃກ້​ຄຽງ​ກໍ​ຖື​ເບົາ​​ໃນ​ການ​ອະ ນາ​ໄມ​ປັດກວາດ​ເສັ້ນທາງ​ຕາມ​ໜ້າ​ບ້ານ​ໃຜລາວ ລໍຖ້າ​​ໃຫ້​ແຕ່​ພາກ​ລັດ​ກ່ຽວຂ້ອງ​ມາ​ອະນາ​ໄມ​ ຈຶ່ງ​ເຮັດ​ໃຫ້​ຖະໜົນ​ທີ່​ສວຍ​ງາມ​ດັ່ງກ່າວ​ຕົກ​ໃນ​ສະພາບ​ເປິ​ເປື້ອນມາຕະຫລອດ.

No comments:

Post a Comment